ການຂຽນໂປຣແກຣມດ້ວຍພາສາ Python ພື້ນຖານ ພາຍໃນ 16 ຊົ່ວໂມງ


ຄໍາອະທິບາຍຫຼັກສູດອອນໄລ

ຫຼັກສູດຮຽນນີ້ເປັນການຝຶກຝົນພັດທະນາໂປຣແກຣດ້ວຍ Python ຊຶ່ງເປັນພາສາທີ່ເໝາະສໍາລັບມືໃໝ່ ແລະ ສາມາດສ້າງສັນເປັນໂປຣແກຣມປະຍຸກໄດ້ຢ່າງຫຼວງຫຼາຍ ເຮັດໃຫ້ເປັນພາສາທີນິຍົມໃນກຸ່ມຜູ້ເລີ່ມຕົ້ນ ແລະ ຍັງມີປະໂຫຍດກັບໂປຣແກຣມທາງດ້ານ Data Science, Data Visualization, Machine Learning, Artificial Intelligence, Scripts, Bot, Automate, Web Development ແລະ ອີກຫຼາຍໆຢ່າງ ທີ່ມີຄວາມຕ້ອງການສູງໃນການເຮັດວຽກກັບບໍລິສັດຕ່າງໆ ອີກດ້ວຍ.

ປະໂຫຍດທີ່ຜູ້ຮຽນຈະໄດ້ຮັບ

1. ມີໂປຣແກຣມ Workshop ສໍາລັບຝຶກຝົນໃຫ້ Download ໃຊ້ວຽກ ມີການຊ່ວຍໃຫ້ແນະນໍາພາຍໃນ ໂປຣແກຣມວ່າຕ້ອງແກ້ໄຂຄໍາຖາມແບບໃດ ແລະ ບວກໄດ້ວ່າມີສ່ວນໃດທີຂຽນຜິດ.
2. ເຮັດຄວາມເຂົ້າໃຈກັບ Python ໂດຍພື້ນຖານທີ່ສໍາຄັນທັງໝົດ ປູພື້ນຖານເພື່ອນໍາສູ່ການຮຽນຮູ້ເພີ້ມຕຶ່ມກັບ Python ສໍາລັບ Django, OpenCV, TensorFlow, NumPy, Jupyter, Pandas, scikit-learn, Matplotlib ແລະ ອື່ນໆ ອີກຫຼວງຫຼາຍ.
3. ສາມາດສອບຖາມລະຫວ່າງການຮຽນໄດ້.

ໃຜຄວນຮຽນຫຼັກສູດອອນໄລນີ້

- ນັກຮຽນລະດັບມັດທະຍົມສຶກສາ
- ນັກສຶກສາລະດັບມະຫາໄລ
- ບຸກຄົນທ່ຽວໄປທີ່ສົນໃຈ ໃນການຂຽນ ແລະ ພັດທະນາໂປຣແກຣມ
- ຄົນທີ່ເຄີຍຢ້ານການຂຽນໂປຣແກຣມເພາະຂຽນຢາກ ຢາກເປີດໃຈດ້ວຍພາສາທີ່ຂຽນງ່າຍກວ່າເດີມ

ຜູ້ຮຽນຕ້ອງມີຄວາມສາມາດຫັຍງມາກ່ອນຫຼືບໍ່

ມີພຽງຄວາມຮູ້ຄອມພິວເຕີໂດຍພື້ນຖານເຊັ່ນ: ການພິມດີດ, ການຕິດຕັ້ງໂປຣແກຣມ, ການໃຊ້ວຽກອິນເຕີເນັດ, ການໃຊ້ວຽກໂປຣແກຣມປະຍຸກທົ່ວໄປ, ກໍ່ສາມາດເລີ່ມຕົ້ນໄດ້ທັນທີ, ບໍ່ຈໍາເປັນຕ້ອງວິທີການຂຽນໂຄ້ດມາກ່ອນ ເພາະເລີ່ມຈາກ 0 ສໍາລັບຜູ້ທີ່ຕ້ອງມີພື້ນຖານທີ່ຮູ້ຫຼາຍຂຶ້ນ.

ເນື້ອໃນຫຼັກສູດນີ້

ແນະນໍາຫຼັກສູດຮຽນການພັດທະນາກັບ Python ເປັນຫຍັງຕ້ອງຮຽນ Python?

Variables - ຕົວປ່ຽນ
Comments - ການອະທິບາຍໂຄ້ດ
Type System - ລະບົບປະເພດຂໍ້ມູນຂອງພາສາໂປຣແກຣມ
Number (Int, Float) - ການໃຊ້ຈໍ້ມູນຈໍານວນ
String - ການໃຊ້ຂໍ້ມູນແບບຂໍ້ຄວາມ
Multiple-line, Escape Characters - ແນວທາງການໃຊ້ຂໍ້ມູນ String ເພີ້ມຕຶ່ມ
Type Conversion - ການແປງປະເພດຂອງຂໍ້ມູນ
Built-in Functions - ຟັງຊັນເລີ້່ມຕົ້ນທີ່ມີໃຫ້ໃຊ້ວຽກໃນ Python
Operators - ເຄື່ອງໝາຍທາງດ້ານຄະນິດສາດ
Table Truth, Logical, Compare - ຕາຕະລາງຄວາມຖືກຕ້ອງ, ຕັກກະສາດ ແລະ ການປຽບທຽບຂໍ້ມູນ
Conditions (if, elif, else) - ກໍານົດເງື່ອນໄຂ
Lists (Array) - ການໃຊ້ຂໍ້ມູນແບບລາຍການ
Slicing - ການຕັດແບ່ງຂໍ້ມູນ
References - ການອ້າງອີງຂອງຂໍ້ມູນ
Dictionaries - ການໃຊ້ຂໍ້ມູນແບບດິກຊັນນາລີ
Sets - ຂໍ້ມູນເຊັດ
Loops (while) - ການວົນຮອບກໍຕໍ່ເມື່ອເປັນຈິງ
Loops (for range, str, list, dict) - ການວົນຮອບຕາມຈໍານວນຂໍ້ມູນ
Loops (break, continue) - ການໃຊ້ຄໍາສັ່ງພິເສດໃນການວົນຮອບ
Functions - ການສ້າງຊຸດຄໍາສັ່ງ ແລະ ວິທີການໃຊ້ວຽກ
Keyword Arguments - ການສົ່ງຂໍ້ມູນຜ່ານຄີເວີດ
Tuples, Asterisks - ຂໍ້ມູນພິເສດ ແລະເທັກນິກພິເສດກັບການໃຊ້ຟັງຊັນ
Object-oriented (OOP) - ພື້ນຖານການຂຽນໂປຣແກຣມແບບ OOP
String Methods, Manipulation - ການຈັດການຂໍ້ມູນກັບ String
List Methods, Manipulation - ການຈັດການຂໍ້ມູນກັບ List
Dictionary Methods, Manipulation - ການຈັດການຂໍ້ມູນກັບ Dictionary
Set Methods, Manipulation - ການຈັດການຂໍ້ມູນກັບ Set
map(), filter() - ຟັງຊັນພິເສດສໍາລັບດັດແປງ ແລະ ຄັດເລືອກຂໍ້ມູນ
Lambda - ການໃຊ້ຟັງຊັນບໍ່ມີຊື່
Modules - ການໃຊ້ໂຄ້ດຮ່ວມກັບຟາຍອື່ນໆ
datetime - ໂມເດວເລີ່ມຕັ້ນສໍາລັບຈັດການວັນເວລາ
math - ໂມເດວເລີ່ມຕັ້ນສໍາລັບຟັງຊັນທາງຄະນິດສາດຂັ້ນສູງ
random - ໂມເດວສໍາລັບການສຸ່ມຂໍ້ມູນ
Exception Handling - ຈັດການກັບບັນຫາທີ່ອາດຈະເກີດຂຶ້ນ
Read & Write Files - ການອ່ານ ແລະ ຂຽນຟາຍດ້ວຍ Python

ແນະນໍາການສຶກສາຕໍ່ຫຼັງຮຽນຈົບ